ຫົວຂໍ້: ເພື່ອສົ່ງເສີມຮູບແບບເສດຖະກິດຮອບວຽນເພື່ອໃຊ້ເຂົ້າໃນການຈັດການສິ່ງເສດເຫຼືອຢູ່ ນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງພະບາງ

ກິດຈະກໍາໂອກາດໃນການສ້າງນະວັດຕະກໍາໃໝ່ UNDP Innovation Call on Circular Economy

Artwork by: UNDP Lao PDR

ຫົວຂໍ້: ເພື່ອສົ່ງເສີມຮູບແບບເສດຖະກິດຮອບວຽນເພື່ອໃຊ້ເຂົ້າໃນການຈັດການສິ່ງເສດເຫຼືອຢູ່

ນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງພະບາງ

ໄລຍະເວລາຮັບສະໝັກ: 28 ກັນຍາ-25 ຕຸລາ 2020

ຈໍານວນທຶນລາງວັນ: ໂຄງການລະ 18.000.000 ກີບ (ສິບແປດລ້ານກີບ) ສໍາລັບ 10 ບຸກຄົນ/ອົງກອນ/ວິສາຫະກິດຂະໜາດນ້ອຍທີ່ໄດ້ຮັບຄັດເລືອກ

ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ກໍາລັງຊອກຫາ ແລະ ຕ້ອງການສະໜັບສະໜູນ ແນວຄິດທຸລະກິດ ຫຼື ແນວຄິດພັດທະນາແກ້ໄຂບັນຫາ ສິ່ງແວດລ້ອມ ທີ່ໂດດເດັ່ນ ແລະ ສ້າງສັນ ທີ່ຈະຊ່ວຍໃນການປ່ຽນແປງການຈັດການຄຸ້ມຄອງ ແລະ ການນໍາສິ່ງເສດເຫຼືອ/ຂີ້ເຫຍື້ອ ກັບມາໃຊ້ຄືນໃໝ່ຢູ່ຕົວເມືອງ ນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງພະບາງ.

ເປົ້າໝາຍຫຼັກຂອງ ກິດຈະກໍາໃນການສ້າງນະວັດຕະກໍາ ໃໝ່ນີ້ແມ່ນເພື່ອສະໜັບສະໜູນນິຕິບຸກຄົນ, ອົງກອນແລະ ວິສາຫະກິດຂະໜາດນ້ອຍໃນການສົ່ງເສີມເສດຖະກິດຮອບວຽນ (Circular Economy) ເພື່ອໃຊ້ເຂົ້າໃນການຈັດການສິ່ງເສດເຫຼືອ.ການຂາດຂະບວນການນໍາກັບມາໃຊ້ຄືນໃໝ່ໄດ້ສ້າງຜົນກະທົບຕໍ່ຄວາມສາມາດຂອງການປົກຄອງທ້ອງຖິ່ນໃນການຈັດການ ແລະ ຄຸ້ມຄອງສິ່ງເສດເຫຼືອ/ຂີ້ເຫຍື້ອຢ່າງຍືນຍົງ. ຈາກການສຶກສາຄົ້ນຄ້ວາໂດຍ ອົງການ UNDP ໄດ້ສະແດງໃຫ້ເຫັນວ່າ ບັນດາສິ່ງທ້າທາຍຕ່າງໆ ລວມທັງ ການຂາດຄວາມສາມາດທີ່ພຽງພໍໃນການເກັບຂີ້ເຫຍື້ຶອ ແລະ ການນໍາສິ່ງເສດເຫຼືອປະເພດຕ່າງໆກັບຄືນມາໃຊ້ໃໝ່; ການປົກຄອງທ້ອງຖິ່ນ ຍັງມີຂໍ້ຈຳກັດດ້ານວິຊາການ, ເຕັກໂນໂລຢີ ແລະ ອຸປະກອນທີ່ພຽງພໍ ແລະ ຈໍາເປັນໃນການຈັດການ ລວມທັງ ການເກັບ, ການເຄື່ອນຍ້າຍ ແລະ ການທໍາລາຍສິ່ງເສດເຫຼືອ/ຂີ້ເຫຍື້ອ; ແລະ ຊຸມຊົນຂາດຄວາມຮັບຮູ້ ແລະ ຈິດສໍານຶກ ກ່ຽວກັບການຈັດການ ແລະ ຄຸ້ມຄອງສິ່ງເສດເຫຼືອ/ຂີ້ເຫຍື້ອ ຢ່າງຖືກວິທີ ແລະ ຂາດຄວາມເຂົ້າໃຈກ່ຽວກັບຜົນກະທົບຕໍ່ສຸຂະພາບມະນຸດ ແລະ ສິ່ງແວດລ້ອມ.

ກົດນີ້ເພື່ອດາວໂຫຼດຂໍ້ມູນກ່ຽວກັບກິດຈະກຳດັ່ງກ່າວ ແລະ ລາຍລະອຽດເພີ່ມເຕີມ

Clink here to download the full application package (in Lao)