Prevention and response to sexual exploitation and abuse

PSEA

UNDP ມີຄວາມມຸ່ງໝັ້ນເພື່ອສະກັດກັ້ນການຂູດຮີດ ແລະ ການລ່ວງລະເມີດທາງເພດ (PSEA) ໃນທຸກໆໂຄງການ ແລະ ການດໍາເນີນງານຂອງ UNDP ໃນ ສປປ ລາວ.

UNDP is committed to preventing sexual exploitation and abuse (PSEA) across all its projects and operations in Lao PDR. 

 

[English Text Below] 

  1. ຄໍານິຍາມ 

ການຂູດຮີດ ແລະ ການລ່ວງລະເມີດທາງເພດ (SEA) ໝາຍເຖິງພຶດຕິກຳທາງເພດທີ່ບໍ່ເໝາະສົມໃນທຸກຮູບແບບທີ່ເປັນການລະເມີດ ເຊິ່ງກະທຳໂດຍພະນັກງານຂອງ UNDP, ຄູ່ຮ່ວມງານ ຫຼື ຜູ້ໃຫ້ບໍລິການ ຕໍ່ຜູ້ທີ່ໄດ້ຮັບການຊ່ວຍເຫຼືອຈາກ UNDP ແລະ ສະມາຊິກຄົນອື່ນໆຂອງຊຸມຊົນໃນຂັ້ນທ້ອງຖິ່ນ. 

SEA ບໍ່ໄດ້ຈໍາກັດພຽງແຕ່ພຶດຕິກໍາລຸ່ມນີ້: 

  • ການມີເພດສໍາພັນກັບຜູ້ທີ່ມີອາຍຸຕໍ່າກວ່າ 18 ປີ; 

  • ການມີສິ່ງແລກປ່ຽນເພື່ອຄວາມປະສົງທາງເພດເຊັ່ນ: ເງິນ, ການຈ້າງງານ, ການໃຫ້ສິ່ງຂອງ ຫຼື ການບໍລິການອື່ນໆ;  

  • ການມີເພດສໍາພັນກັບສາວໂສເພນີ; 

  • ນຳໃຊ້ເດັກ ຫຼື ຜູ້ໃຫຍ່ເພື່ອໃຫ້ການບໍລິການທາງເພດເເກ່ບຸກຄົນອື່ນ. 

 

  1. ນະໂຍບາຍລົບລ້າງການຂູດຮີດ ແລະ ການລ່ວງລະເມີດທາງເພດຂອງ UNDP 

ທຸກຮູບແບບຂອງ SEA ແມ່ນບໍ່ສາມາດຍອມຮັບໄດ້ ແລະ ຖືກຫ້າມຢູ່ໃນອົງການ UNDP ຈະບໍ່ມີການຍອມຮັບ ແລະ ບໍ່ຍອມຮັບຕໍ່ SEA ທີ່ເປັນພຶດຕິກໍາການລະເມີດໂດຍພະນັກງານຂອງ UNDP ໃນທຸກຮູບແບບ. 

ນະໂຍບາຍການລົບລາງການຂູດຮີດ ແລະ ການລະເມີດທາງເພດຂອງ UNDP ເເມ່ນສອດຄ່ອງກັບນະໂຍບາຍ ແລະ ການປະຕິບັດ ຂອງອົງການສະຫະປະຊາຊາດທັງໝົດກ່ຽວກັບ PSEA ທີ່ມີຜົນຕໍ່ກັບກັບພະນັກງານຂອງອົງການສະຫະປະຊາຊາດທັງໝົດ ລວມທັງມາດຕະການພິເສດທີ່ອອກໂດຍເລຂາທິການໃຫຍ່ ອົງການສະຫະປະຊາຊາດກ່ຽວກັບ PSEA ຫຼື UN Secretary-General Bulletin on Special Measures for PSEA

 

  1. ການປ້ອງກັນ 

ການປ້ອງກັນແມ່ນເນື້ອໃນສໍາຄັນຂອງຍຸດທະສາດຂອງ UNDP ເພື່ອສະກັດກັ້ນ SEA. ອົງປະກອບພື້ນຖານສໍາຄັນກ່ຽວກັບວິທີການປ້ອງກັນຂອງ UNDP ປະກອບມີ:  

  • ຈັດການຝຶກອົບຮົມໃຫ້ເເກ່ພະນັກງານເປັນປະຈຳ ລວມທັງມີການຝຶກອົບຮົມພາກບັງຄັບສໍາລັບອົງການສະປະປະຊາຊາດ e-training on “PSEA by UN Personnel”

  • ປະເມີນ ແລະ ພັດທະນາຄວາມສາມາດຂອງຄູ່ຮ່ວມງານກ່ຽວກັບ PSEA ພ້ອມທັງຊຸດການຮຽນຂອງຄູ່ຮ່ວມງານໃນເຄື່ອຂ່າຍອົງການສະຫະປະຊາຊາດ ຫຼື learning package on “PSEA by UN Partner Organizations”

  • ການເຜີຍແຜ່ໃຫ້ເເກ່ຊຸມຊົນ ແລະ ການປູກຈິດສໍານຶກ; 

  • ດໍາເນີນການກວດສອບສັນຍາຂອງພະນັກງານ, ຄູ່ຮ່ວມງານ ແລະ ຜູ້ໃຫ້ບໍລິການກ່ອນລ່ວງໜ້າ. 

 

  1. ການຕອບໂຕ້  

UNDP ສືບສວນ ສອບສວນການກ່າວຫາທີ່ກ່ຽວກັບ SEA ທັງໝົດ, ວາງລະບຽບວິໄນ ແລະ/ຫຼື ການລົງໂທດທາງບໍລິຫານ ເມື່ອຂໍ້ກ່າວຫາດັ່ງກ່າວຖືກຢັ້ງຢືນວ່າເກີດຂື້້ນຈິງແທ້ ແລະ ອາດຈະສົ່ງຕໍ່ຄະດີເພື່ອໄປດຳເນີນຄະດີທາງອາຍາໂດຍລັດສະມາຊິກພາຄີຂອງອົງການ UN ຊຶ່ງເປັນປະເທດ ທີ່ພະນັກງານດັ່ງກ່າວໄດ້ຖືສັນຊາດ. 

ພະນັກງານຂອງ UNDP ບໍ່ໄດ້ຖືກຄຸ້ມກັນຕໍ່ການກະທຳທີ່ເປັນອາດຊະຍາກຳ ແລະ UNDP ບໍ່ໄດ້ປົກປ້ອງພະນັກງານທີ່ກໍ່ອາດຊະຍາກຳດັ່ງກ່າວ. 

 

  1. ວິທີການລາຍງານ 

ຖ້າຫາກພະນັກງານຂອງ UNDP, ຄູ່ຮ່ວມງານ ແລະ ຜູ້ໃຫ້ບໍລິການ ຫາກມີພຶດຕິກໍາທີ່ບໍ່ເໝາະສົມທາງເພດ ທີ່ເປັນການແຕະຕ້ອງເຖິງທ່ານ ຫຼື ຄົນໃດຄົນໜື່ງໃນຊຸມຊົນຂອງທ່ານ ທ່ານສາມາດສົ່ງຄໍາຮ້ອງຂໍການຊ່ວຍເຫຼືອມາທີ່:  

  • ຫ້ອງການອົງການ UNDP ປະຈໍາ ສປປ ລາວ ດ້ວຍການສົ່ງຂໍ້ຄວາມພາສາລາວ ຫຼື ພາສາອັງກິດຜ່ານທາງເຟສບຸກ (Facebook) ຂອງ UNDP: www.facebook.com/UNDPLaoPDR;  

  • ຫ້ອງການກວດກາ ແລະ ການສືບສວນ ສອບສວນຂອງອົງການ UNDP ໃນລະດັບສາກົນ ໂດຍໃຫ້ປະກອບແບບຟອມທີ່ເປັນພາສາອັງກິດໄດ້ຕາມລິ່ງນີ້: bit.ly/UNDP-Report-SEA. 

 

UNDP ແມ່ນມີຄວາມມຸ່ງໝັ້ນເພື່ອຮັບປະກັນວ່າ ທຸກໆຂໍ້ກ່າວຫາຈະໄດ້ຮັບການຕອບຄືນຢ່າງທັນການ, ມີປະສິດທິຜົນ ແລະ ຮັບປະກັນວ່າສິດ ແລະ ກຽດສັກສີຂອງຜູ້ຖືກເຄາະຮ້າຍແມ່ນເປັນໜ້າທີ່ຕົ້ນຕໍຂອງພວກເຮົາເພື່ອປົກປ້ອງ. 

 

ທ່ານສາມາດອ່ານຂໍ້ມູນເພີ່ມເຕີມກ່ຽວກັບນະໂຍບາຍ ແລະ ຂັ້ນຕອນຕ່າງໆຂອງ PSEA ໄດ້ທີ່ here

 

----- 

  1. DEFINITION 

Sexual exploitation and abuse (SEA) refers to all forms of inappropriate conduct of a sexual nature perpetrated by UNDP staff members, partners, or suppliers against recipients of UNDP’s assistance and other members of local communities.  

SEA includes, but is not limited to: 

  • Sexual activity with a person under the age of 18; 

  • Exchange of money, employment, goods, or services for sex or sexual favors;  

  • Sexual activity with prostitutes; 

  • Using a child or adult to procure sex for others. 

 

  1. UNDP ZERO-TOLERANCE POLICY TOWARDS SEA 

All forms of SEA are unacceptable and are prohibited in UNDP. UNDP does not, and will not, tolerate SEA abuses perpetrated by any UNDP staff member and in any situation. 

The UNDP Zero-Tolerance Policy adheres to all the UN policies and protocols on PSEA applicable to all UN staff, including the UN Secretary-General Bulletin on Special Measures for PSEA

 

  1. PREVENTION 

Prevention lies at the core of the UNDP’s strategy to combat SEA. Fundamental elements of UNDP’s preventive approach are:  

 

  1. RESPONSE  

UNDP investigates all SEA allegations, imposes disciplinary and/or administrative sanctions when the allegation is substantiated and may refer the matter for criminal prosecution by the staff member’s state of nationality. 

UNDP staff members are not covered by immunity for acts that constitute crimes, and UNDP does not protect staff who commit such crimes. 

 

  1. HOW TO REPORT  

If a UNDP staff member, partner, or supplier has acted inappropriately of a sexual nature against you or someone in the community, please submit a complaint to:  

  • UNDP Lao PDR at our Facebook page (in Lao or English): www.facebook.com/UNDPLaoPDR;  

  • UNDP Global Office of Audit and Investigations (in English only): bit.ly/UNDP-Report-SEA. 

 

UNDP is committed to ensuring that all SEA allegations are responded to swiftly, appropriately, and effectively, and puts the rights and dignity of SEA survivors at the forefront of our response. 

 

Learn more about the UNDP policies and procedures on PSEA here